SAKSIT LAW FIRM SOLE CO.,LTD © 2023. All right resevred.
ສາເຫດທີ່ພາໃຫ້ມີການຫຼຸດຜ່ອນຄວາມຮັບຜິດຊອບທາງອາຍາມີ ດັ່ງນີ້:
1.ຜູ້ກະທຳຜິດມີອາຍຸຕ່ຳກວ່າສິບແປດປີ ຫຼື ເກີນກວ່າ 60 ປີ.
2.ຜູ້ກະທຳຜິດ ແມ່ນຜູ້ຍິງຖືພາ ຫຼື ແມ່ທີ່ມີລູກອ່ອນອາຍຸແຕ່ 3 ປີລົງມາ.
3.ການປ້ອງກັນຕົວເກີນຂອບເຂດ.
4.ການກະທຳຜິດຍ້ອນຖືກແຕະຕ້ອງທາງດ້ານຈິດໃຈຢ່າງໜັກ ຈົນບໍ່ສາມາດຄຸມສະຕິໄວ້ໄດ້ ດ້ວຍການກະທຳອັນບໍ່ຖືກຕ້ອງຕາມກົດໝາຍຂອງຜູ້ຖືກເຄາະຮ້າຍ.
5.ການກະທຳເກີນຄວາມຈຳເປັນ.
6.ການກະທຳຜິດໃນສະຖານຄະຣຸໂທດ ຍ້ອນຖືກບັງຄັບ ຫຼື ຖືກຂົ່ມຂູ່.
7.ຜູ້ກະທຳຜິດຢັບຢັ້ງ ແລະ ແກ້ໄຂຜົນເສຍຫາຍຂອງການກະທຳຜິດທີ່ຕົນໄດ້ກໍ່ຂຶ້ນ ຫຼື ໄດ້ຈິງໃຈໃຊ້ແທນຄ່າເສຍຫາຍໂດຍສະໝັກໃຈແລ້ວ.
8.ການກະທຳຜິດຍ້ອນສະພາບຫຍຸ້ງຍາກໜັກໜ່ວງທາງສ່ວນຕົວ ຫຼື ທາງຄອບຄົວ.
9.ຜູ້ກະທຳຜິດຮູ້ສຶກກິນແໜງ ແລ້ວຈິງໃຈມອບຕົວຕໍ່ເຈົ້າໜ້າທີ່, ຮັບສາລະພາບ ແລະ ເປີດເຜີຍການກະທຳຜິດຂອງຕົນ ແລະ ການກະທຳຜິດຂອງຜູ້ອື່ນ.
10.ການກະທຳຜິດຄັ້ງທຳອິດ ຖ້າວ່າການກະທຳຜິດຄັ້ງດັ່ງກ່າວ ຫາກບໍ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມ.
11.ຜູ້ກະທຳຜິດທີ່ໄດ້ມີຄຸນງາມຄວາມດີຕໍ່ປະເທດຊາດ.
ໃນການວາງໂທດນັ້ນ ສານອີງໃສ່ສາເຫດອື່ນ ທີ່ພາໃຫ້ມີການຫຼຸດຜ່ອນຄວາມຮັບຜິດຊອບທາງອາຍາ ທີ່ບໍ່ໄດ້ກຳນົດໄວ້ໃນມາດຕານີ້ກໍໄດ້.