SAKSIT LAW FIRM SOLE CO.,LTD © 2023. All right resevred.
ການວາງໂທດໃສ່ການກະທຳຜິດທີ່ບໍ່ເຂັດຫຼາບ ໃນການກະທຳຜິດສະຖານໂທສານຸໂທດ ຫຼື ໃນການກະທຳຜິດຫຼາຍສະຖານ ໃຫ້ເອົາໂທດທີ່ສານຈະວາງໃສ່ຜູ້ກະທຳຜິດໃນກໍລະນີທຳມະດາມາສົມໃສ່ເຄິ່ງໜຶ່ງຂອງໂທດດັ່ງກ່າວ.
ສ່ວນການກະທຳຜິດທີ່ບໍ່ເຂັດຫຼາບໃນການກະທຳຜິດສະຖານຄະຣຸໂທດນັ້ນ ເປັນສາເຫດໜຶ່ງທີ່ພາໃຫ້ເພີ່ມຄວາມຮັບຜິດຊອບທາງອາຍາຕາມທີ່ໄດ້ກຳນົດໄວ້ໃນມາດຕາ 65 ຂອງປະມວນກົດໝາຍສະບັບນີ້.
ໃນກໍລະນີທີ່ຄຳຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວ ຫຼື ໃນເວລາປະຕິບັດໂທດຢູ່ນັ້ນ ຖ້າວ່າຜູ້ຖືກຕັດສິນຫາກໄດ້ກະທຳຜິດໃໝ່ອີກ ສານ ຈະຕື່ມໂທດເກົ່າທີ່ຍັງບໍ່ທັນໄດ້ປະຕິບັດທັງໝົດ.