SAKSIT LAW FIRM SOLE CO.,LTD © 2023. All right resevred.
ປະມວນກົດໝາຍອາຍາ ມີໜ້າທີ່ ປົກປັກຮັກສາ ລະບອບການເມືອງ, ເສດຖະກິດ ແລະ ສັງຄົມຂອງ ສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປົກປ້ອງຜົນປະໂຫຍດຂອງລັດ, ສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງຜົນລະເມືອງ, ຊີວິດ, ສຸຂະພາບ, ກຽດສັກສີ, ສິດ ແລະ ເສລີພາບຂອງພົນລະເມືອງ, ຄວາມສະຫງົບຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ສະກັດກັ້ນ ແລະ ຕ້ານກ່ນກະທຳຜິດ ແລະ ສຶກສາອົບຮົມພົນລະເມືອງທຸກຄົນ ໃຫ້ມີຄວາມຕື່ນຕົວເຄົາລົບກົດໝາຍ.
ເພື່ອປະຕິບັດໜ້າທີ່ດັ່ງກ່າວ ປະມວນກົດໝາຍອາຍາ ໄດ້ກຳນົດວ່າ ການກະທຳອັນໃດ ທີ່ເປັນອັນຕະລາຍຕໍ່ສັງຄົມ ເປັນການກະທຳຜິດທາງອາຍາ ແລ້ວຈຶ່ງກຳນົດໂທດໃສ່ຜູ້ກະທຳຜິດ.