SAKSIT LAW FIRM SOLE CO.,LTD © 2023. All right resevred.
ຄຳສັບທີ່ນຳໃຊ້ໃນປະມວນກົດໝາຍອາຍາສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ກົດໝາຍອາຍາ ໝາຍເຖິງ ປະມວນກົດໝາຍອາຍາສະບັບນີ້ ແລະ ກົດໝາຍສະບັບອື່ນ ທີ່ກຳນົດການກະທຳຜິດ ທາງອາຍາ ແລະ ໂທດ;
2. ກົດໝາຍສະບັບອື່ນທີ່ກຳນົດການກະທຳຜິດທາງອາຍາ ແລະ ໂທດ ໝາຍເຖິງ ກົດໝາຍກະທຳຜິດທາງອາຍາ ແລະ ໂທດ ທີ່ປະກາດໃຊ້ພາຍຫຼັງປະມວນກົດໝາຍອາຍາສະບັບນີ້ ມີຜົນສັກສິດ;
3. ດິນແດນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝາຍເຖິງ ພື້ນທີ່ຊຶ່ງເປັນທີ່ຕັ້ງ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕາມແຜນທີ່ໂລກ ຊຶ່ງລວມມີ ໜ້າດິນ, ພື້ນດິນ, ນ່ານນ້ຳ, ນ່ານຟ້າ ແລະ ພື້ນທີ່ ຊຶ່ງເປັນທີ່ຕັ້ງຂອງສຳນັກງານຜູ້ຕາງໜ້າທາງການທູດ, ສຳນັກງານຜູ້ຕາງໜ້າກົງສູນ ແລະ ສຳນັກງານຜູ້ຕາງໜ້າຖາວອນຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳອົງການຈັດຕັ້ງສາກົນ ແລະ ພາກພື້ນຢູ່ຕ່າງປະເທດ ລວມທັງຍານພະຫະນະທີ່ຕິດທຸງຊາດລາວ ເຊັ່ນ ລົດ, ເຮືອ, ກຳປັ່ນ, ເຮືອບິນ ຕາມສົນທິສັນຍາສາກົນ ທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນພາຄີ;
4. ບຸກຄົນໃດ ໃນໝວດທີ 1 ຫາ ໝວດທີ 12 ພາກທີ II ຂອງປະມວນກົດໝາຍອາຍາສະບັບນີ້ ໝາຍເຖິງຜູ້ກະທຳຜິດ ຊຶ່ງລວມມີ ບຸກຄົນ ແລະ ນິຕິບຸກຄົນ;
5. ບຸກຄົນໃດ ໃນໝວດທີ 13 ພາກທີ II ຂອງປະມວນກົດໝາຍອາຍາສະບັບນີ້ ໝາຍເຖິງຜູ້ທີ່ສັງກັດໃນກຳລັງປ້ອງກັນຊາດທີ່ພວມປະຕິບັດໜ້າທີ່, ບຸກຄົນທີ່ຖືກຮຽກຕົວເຂົ້າເປັນກຳລັງສຳຮອງ ທີ່ພວມໃນເວລາການຝຶກຊ້ອມ, ພົນລະເມືອງ ທີ່ໄດ້ຈົດທະບຽນເຂົ້າເປັນທະຫານພັນທະ ຫຼື ຮັບໃຊ້ໃນກຳລັງປ້ອງກັນຊາດ, ຜູ້ທີ່ສັງກັດໃນກຳລັງສຳຮອງ, ຜູ້ທີ່ສັງກັດໃນກຳລັງປ້ອງກັນຕົວ ທີ່ຖືກສົ່ງໄປປະຈຳການສະເພາະ, ຜູ້ທີ່ສັງກັດຢູ່ໜ່ວຍສູ້ຮົບພິເສດ;
6. ນິຕິບຸກຄົນ ໝາຍເຖິງ ວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ ລວມທັງສະຫະກອນ, ສະມາຄົມ ແລະ ມູນນິທິ ທັງພາຍໃນ ແລະ ຕ່າງປະເທດ ທີ່ສ້າງຕັ້ງຂຶ້ນເປັນນິຕິບຸກຄົນ ຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
7. ສະຕິສຳປະຊັນຍະ ໝາຍເຖິງ ຄວາມມີສະຕິ, ຮູ້ຜິດ ຮູ້ຖືກ ໃນຂະນະທີ່ກະທຳ;
8. ເສບສົມ ໝາຍເຖິງ ການມີເພດສຳພັນ ລະຫວາງ ຍິງກັບຊາຍ ຫຼື ລະຫວ່າງເພດດຽວກັນ ດ້ວຍການໃຊ້ອະໄວຍະວະເພດກັບອະໄວຍະວະເພດດ້ວຍກັນ ຫຼື ອະໄວຍະວະເພດກັບອະໄວຍະວະອື່ນຂອງຮ່າງດາຍ;
9. ທຳຊຳເລົາ ໝາຍເຖິງ ການເອົາອະໄວຍະວະເພດຊາຍ ສອດໃສ່ອະໄວຍະວະເພດຍິງ ຫຼື ເອົາອະໄວຍະວະເພດຍິງ ສຸບໃສ່ອະໄວຍະວະເພດຊາຍ ຫຼື ການເອົາອະໄວຍະເພດ ໃສ່ອະໄວຍະວະອື່ນຂອງຮ່າງກາຍ;
10. ສິ່ງລາມົກ ໝາຍເຖິງ ສິ່ງທີ່ສະແດງອອກກ່ຽວກັບອະໄວຍະວະເພດ ແລະ ພຶດຕິກຳທາງເພດ ຂອງຄົນ;
11. ອະພິສິດທາງການທູດ ໝາຍເຖິງ ສິດຄຸ້ມກັນ ທີ່ນັກການທູດ ໄດ້ຮັບການຍົກເວັ້ນ ໃນການດຳເນີນຄະດີອາຍາ ຕາມສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;
12. ສິນຄ້າທີ່ເກືອດຫ້າມ ໝາຍເຖິງ ສິນຄ້າທີ່ບໍ່ອະນຸຍາດໃຫ້ຂາຍ, ແລກປ່ຽນ, ຜະລິດ, ນຳເຂົ້າ ຫຼື ສົ່ງອອກ ຊຶ່ງຕ້ອງຢູ່ພາຍໃຕ້ການຄວບຄຸມຂອງອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລັດ;
13. ໄສຍະສາດ ໝາຍເຖິງ ເວດມົນ, ກົນ, ຄາຖາ ທີ່ບໍ່ສາມາດພິສູດໄດ້ທາງວິທະຍາສາດ;
14. ການຫຼຸລູກໂດຍບໍ່ຖືກຕ້ອງຕາມກົດໝາຍ ໝາຍເຖິງ ການຫຼຸລູກທີ່ບໍ່ໄດຮັບອະນຸຍາດຈາກຄະນະແພດ;
15. ການພະນັນທີ່ຕ້ອງຫ້າມ ໝາຍເຖິງ ການພະນັນທີ່ບໍ່ໄດ້ຮັບອະນຸຍາດ;
16. ຜູ້ພິການທາງສະໝອງ ໝາຍເຖິງ ບຸກຄົນທີ່ສູນເສຍໜ້າທີ່ການທາງມັນສະໝອງ;
17. ພະຍາດຮ້າຍແຮງ ໝາຍເຖິງ ພະຍາດທີ່ບໍ່ສາມາດປິ່ນປົວໃຫ້ຫາຍດີໄດ້;
18. ເນື້ອເຫຍື່ອຂອງຄົນ ໝາຍເຖິງ ຈີວະ, ຈຸລັງ ຊຶ່ງລວມມີນ້ຳເຊື້ອ, ໄຂ່, ຕົວອ່ອນທີ່ປະຕິສົນທິຈາກໄຂ່ ແລະ ນ້ຳເຊື້ອ;
19. ສະຖາບັນການເງິນ ໝາຍເຖິງ ທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນທີ່ບໍ່ແມ່ນທະນາຄານ ເຊັ່ນ ສະຖາບັນການເງິນຈຸລະພາກ, ສະຫະກອນສິນເຊື່ອ;
20. ເຄື່ອງສິນເສກ ໝາຍເຖິງ ເຄື່ອງຂອງສັດຕູທີ່ນຳໃຊ້ຢູ່ສົງຄາມ.