SAKSIT LAW FIRM SOLE CO.,LTD © 2023. All right resevred.
ກົດໝາຍອາຍາ ນຳໃຊ້ຕໍ່ທຸກການກະທຳຜິດທາງອາຍາ ທີ່ເກີດຂຶ້ນໃນດິນແດນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ບຸກຄົນ, ນິຕິບຸກຄົນໃດ ຫາກໄດ້ກະທຳຜິດທາງອາຍາ ຢູ່ໃນດິນແດນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕ້ອງຮັບຜິດຊອບ ຕາມປະມວນກົດໝາຍອາຍາ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຜູ້ຕາງໜ້າທາງການທູດ ຫຼື ບຸກຄົນທີ່ໄດ້ຮັບອະພິສິດທາງການທູດ ຕາມສົນທິສັນຍາສາກົນທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນພາຄີ ຊຶ່ງໄດ້ກະທຳຜິດໃນດິນແດນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ຮັບການແກ້ໄຂ ຕາມສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ຫຼ ທາງການທູດ.