SAKSIT LAW FIRM SOLE CO.,LTD © 2023. All right resevred.
ພົນລະເມືອງລາວ ທີ່ໄດ້ກະທຳຜິດທາງອາຍາຢູ່ນອກດິນແດນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ຮັບຜິດຊອບທາງອາຍາ ຖ້າວ່າການກະທຳນັ້ນ ຫາກໄດ້ກຳນົດໄວ້ໃນປະມວນກົດໝາຍອາຍາສະບັບນີ້ ແລະ ກົດໝາຍສະບັບອື່ນ ທີ່ກຳນົດການກະທຳຜິດທາງອາຍາ ແລະ ໂທດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄົນຕ່າງດາວ ແລະ ຄົນທີ່ບໍ່ມີສັນຊາດ ທີ່ອາໄສຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫາກໄດ້ກະທຳຜິດທາງອາຍາ ຢູ່ນອກດິນແດນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຈະໄດ້ຮັບຜິດຊອບທາງອາຍາເຊັ່ນດຽວກັນ.
ຄົນຕ່າງປະເທດ ທີ່ໄດ້ກະທຳຜິດຢູ່ນອກດິນແດນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງແຕະຕ້ອງເຖິງຜົນປະໂຫຍດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງລາວ ກໍຈະໄດ້ຮັບຜິດຊອບທາງອາຍາເຊັ່ນດຽວກັນ.