SAKSIT LAW FIRM SOLE CO.,LTD © 2023. All right resevred.
ການກະທຳຜິດທາງອາຍາ ແມ່ນ ການກະທຳ ຫຼື ການເມີນເສີຍ ທີ່ເປັນອັນຕະລາຍຕໍ່ລະບອບການເມືອງ, ເສດຖະກິດ ຫຼື ສັງຄົມຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຜົນປະໂຫຍດຂອງລັດ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ ແລະ ການຈັດຕັ້ງ, ຊີວິດ, ສຸຂະພາບ, ກຽດສັກສີ, ສິດ ແລະ ເສລີພາບຂອງພົນລະເມືອງ, ຄວາມສະຫງົບຂອງຊາດ ຫຼື ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຊຶ່ງໄດ້ກຳນົດໄວ້ໃນປະມວນກົດໝາຍອາຍາສະບັບນີ້ ແລະ ກົດໝາຍສະບັບອື່ນ ທີ່ກຳນົດການກະທຳຜິດທາງອາຍາ ແລະ ໂທດ.
ການກະທຳຜິດ ຫຼື ການເມີນເສີຍ ທີ່ມີອົງປະກອບຂອງການກະທຳຜິດທາງອາຍາຢ່າງຄົບຖ້ວນແຕ່ໄດ້ກໍ່ຄວາມເສຍຫາຍທາງດ້ານຊັບສິນ ຕ່ຳກ່ວາ ໜຶ່ງລ້ານກີບ ສາມາດນຳມາແກ້ໄຂດ້ວຍການໄກ່ເກຍ ຫຼື ດ້ສຍຮູບການອື່ນ ຍົກເວັ້ນການຍາດຊີງຊັບ, ການປຸ້ນຊັບ, ການກະທຳຜິດທີ່ບໍ່ເຂັດຫຼາບ ຫຼື ເປັນອາຈິນ.