SAKSIT LAW FIRM SOLE CO.,LTD © 2023. All right resevred.
ອົງປະກອບຂອງການກະທຳຜິດທາງອາຍາ ແມ່ນບັນດາເຄື່ອງໝາຍທາງດ້ານພາວະວິໄສ ແລະ ອົດຕະວິໄສຂອງການປະພຶດ ທີ່ປະມວນກົດໝາຍອາຍາຖືວ່າເປັນການກະທຳຜິດ.
ການກະທຳຜິດທາງອາຍາ ມີ 4 ອົງປະກອບດັ່ງນີ້ :
1.ອົງປະກອບທາງດ້ານວັດຖຸກຳ;
2.ອົງປະກອບທາງດ້ານພາວະວິໄສ;
3.ອົງປະກອບທາງດ້ານອັດຕະວິໄສ;
4.ອົງປະກອບທາງດ້ານເຈົ້າກຳ;
ອົງປະກອບທາງດ້ານວັດຖຸກຳຂອງການກະທຳຜິດ ແມ່ນ ສາຍພົວພັນສັງຄົມທີ່ປະມວນກົດໝາຍອາຍາຄຸ້ມຄອງ ແລະ ຖືກແຕະຕ້ອງຈາກການກະທຳຜິດ.
ອົງປະກອບທາງດ້ານພາວະວິໄສຂອງການກະທຳຜິດ ແມ່ນ ບັນດາເຄື່ອງໝາຍພາຍນອກຂອງພຶດຕິກຳ ທີ່ໄດ້ສ້າງ ຫຼື ແນ່ໃສ່ສ້າງຄວາມເສຍຫາຍໃຫ້ແກ່ການພົວພັນສັງຄົມ ທີ່ປະມວນກົດໝາຍອາຍາຄຸ້ມຄອງ ລວມທັງ ວັນ, ເວລາ, ສະຖານທີ່, ພາຫະນະ, ອຸປະກອນ, ສະພາບ ແລະ ວິທີກະທຳຜິດ.
ອົງປະກອບທາງດ້ານອັດຕະວິໄສຂອງການກະທຳຜິດ ແມ່ນ ບັນດາເຄື່ອງໝາຍຕ່າງໆທາງດ້ານທັດສະນະ, ແນວຄິດຂອງຜູ້ກະທຳຜິດ ຕໍ່ການປະພຶດຂອງຕົນ ທີ່ສະແດງອອກພາຍນອກໂດຍຜ່ານພຶດຕິກຳ.
ອົງປະກອບທາງດ້ານເຈົ້າກຳຂອງການກະທຳຜິດ ແມ່ນ ຜູ້ກະທຳຜິດ ຊຶ່ງຕ້ອງແມ່ນນິຕິບຸກຄົນ ຫຼື ບຸກຄົນ ທີ່ມີສະຕິສຳປະຊັນຍະ, ບໍ່ເປັນຄົນບ້າເສຍຈິດ ແລະ ເຖິງກະສຽນອາຍຸທາງອາຍາ ສິບຫ້າປີ ຂຶ້ນໄປ.