SAKSIT LAW FIRM SOLE CO.,LTD © 2023. All right resevred.
ຄວາມພະຍາຍາມກໍ່ການກະທຳຜິດ ແມ່ນ ການລົງມືກະທຳຜິດສ່ວນໃດສ່ວນໜຶ່ງໂດຍເຈດຕະນາ ແຕ່ຍ້ອນມີສາເຫດນອກຕົວມາຂັດຂວາງ ຊຶ່ງພາໃຫ້ການກະທຳຜິດນັ້ນບໍ່ສຳເລັດຜົນ.
ຄວາມພະຍາຍາມກໍ່ການກະທຳຜິດ ຈະຖືກລົງໂທດໄດ້ກໍຕໍ່ເມື່ອ ຫາກເປັນອັນຕະລາບຕໍ່ສັງຄົມ ຊຶ່ງໄດ້ກຳນົດໄວ້ໃນກົດໝາຍອາຍາ ເທົ່ານັ້ນ.
ຄວາມພະຍາຍາມກໍ່ການກະທຳຜິດ ຈະຖືກລົງໂທດຕາມມາດຕາທີ່ກຳນົດໂທດໃສ່ການກະທຳຜິດທີ່ກ່ຽວຂ້ອງ.
ຄວາມພະຍາຍາມກໍ່ການກະທຳຜິດຖານລະຫຸໂທດ ຈະບໍ່ຖືກລົງໂທດ.