ມາດຕາ 24 ການເລີກລົ້ມການກະທຳຜິດດ້ວຍຄວາມສະໝັກໃຈ
ບຸກຄົນໃດ ຫາກໄດ້ຢຸດເຊົາການກະທຳຜິດຂອງຕົນດ້ວຍຄວາມສະໝັກໃຈ ໂດຍບໍ່ສືບຕໍ່ການກະທຳຜິດນັ້ນໃຫ້ສຳເລັດຜົນ ຈະຢູ່ໃນໄລຍະຂອງການກະກຽມ ຫຼື ຄວາມພະຍາຍາມກໍຕາມ ບຸກຄົນນັ້ນກໍຈະບໍ່ມີຄວາມຮັບຜິດຊອບທາງອາຍາ ເວັ້ນເສຍແຕ່ການກະທຳນັ້ນ ຫາກເປັນການກະທຳຜິດອື່ນ.

