SAKSIT LAW FIRM SOLE CO.,LTD © 2023. All right resevred.
ການປ້ອງກັນຕົວ ແມ່ນ ການກະທຳຂອງບຸກຄົນໃດໜຶ່ງ ທີ່ກໍ່ຂຶ້ນເພື່ອປົກປ້ອງຜົນປະໂຫຍດຂອງລັດ ຫຼື ຂອງສັງຄົມ, ຊີວິດ, ສຸຂະພາບ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ ຫຼື ຂອງບຸກຄົນອື່ນ, ເພື່ອຕ້ານການບຸກລຸກທີ່ເປັນອັນຕະລາຍຕໍ່ສັງຄົມ ແຕ່ການບຸກລຸກນັ້ນ ຕ້ອງມີຈິງ ແລະ ເປັນອັນຕະລາຍແທ້. ການປ້ອງກັນຕົວ ຕ້ອງກະທຳໃນເວລາທີ່ມີການບຸກລຸກ ແລະ ບໍ່ໃຫ້ເກີນຂອບເຂດຂອງການບຸກລຸກນັ້ນ.