SAKSIT LAW FIRM SOLE CO.,LTD © 2023. All right resevred.
ການປະຕິບັດຕາມຄຳສັ່ງ ຈະຖືເປັນສາເຫດທີ່ພາໃຫ້ພົ້ນຈາກຄວາມຮັບຜິດຊອບທາງອາຍາໄດ້ ກໍຕໍ່ເມື່ອມີເງື່ອນໄຂຄົບຖ້ວນ ດັ່ງນີ້ :
1. ຕ້ອງເປັນຄຳສັ່ງຈາກຜູ້ມີສິດ ແລະ ໜ້າທີ່ອອກຄຳສັ່ງນັ້ນ.
2. ຄຳສັ່ງນັ້ນ ຕ້ອງຖືກຕ້ອງຕາມກົດໝາຍ.
3. ຜູ້ປະຕິບັດຄຳສັ່ງ ຕ້ອງມີສິດ ແລະ ໜ້າທີ່ປະຕິບັດຄຳສັ່ງນັ້ນ.
4. ຜູ້ປະຕິບັດຄຳສັ່ງ ຕ້ອງປະຕິບັດໃນຂອບເຂດຂອງຄຳສັ່ງ ແລະ ຖືກຕ້ອງຕາມກົດໝາຍ.