SAKSIT LAW FIRM SOLE CO.,LTD © 2023. All right resevred.
ໃນກໍລະນີທີ່ການກະທຳຜິດ ຫາກບໍ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມ ຖ້າວ່າບໍ່ມີຄຳຮ້ອງຟ້ອງຂອງຜູ້ຖືກເສຍຫາຍ ກໍຈະດຳເນີນຄະດີບໍ່ໄດ້.
ການກະທຳຜິດທີ່ບໍ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມ ຊຶ່ງຈຳເປັນຕ້ອງມີຄຳຮ້ອງຟ້ອງຂອງຜູ້ຖືກເສຍຫາຍ ມີ ດັ່ງນີ້ :
1. ການທຳຮ້ານຮ່າງກາຍລະຫວ່າງຍາດໃກ້ຊິດ ທີ່ບໍ່ມີການບາດເຈັບສາຫັດ ຫຼື ບໍ່ເສຍອົງຄະຍົກເວັ້ນການທຳຮ້າຍຮ່າງກາຍແມ່ຍິງ ແລະ ເດັກ, ຜູ້ມີອາຍຸແຕ່ ຫົກສິບປີ ຂຶ້ນໄປ ຫຼື ຜູ້ເສຍອົງຄະ ຫຼື ການກະທຳຜິດເປັນອາຈິນ ຫຼື ການກະທຳຜິດບໍ່ເຂັດຫຼາບ.
2. ການນິນທາ, ການໃສ່ຮ້າຍ, ການປ້ອຍດ່າ, ການໝິ່ນປະມາດຊາກສົບ ຫຼື ຊື່ສຽງຂອງຜູ້ຕາຍ.
3. ການທຳມິດສະຈານ.
4. ການທຳຜິດຕໍ່ກຳມະສິດສ່ວນຕົວຂອງຍາດໃກ້ສິດ.
5. ການລ່ວງລະເມີດເຄຫະສະຖານ ແລະ ການລ່ວງລະເມີດຄວາມລັບສ່ວນຕົວ.
ການຖອນຄຳຮ້ອງຟ້ອງຂອງຜູ້ຖືກເສຍຫາຍ ກໍພາໃຫ້ການດຳເນີນຄະດີຢຸດຕິລົງ.