SAKSIT LAW FIRM SOLE CO.,LTD © 2023. All right resevred.
ໂທດ ປະກອບດ້ວຍ ໂທດຕົ້ນຕໍ, ໂທດເພີ່ມ ແລະ ໂທດທາງເລືອກ.
ໂທດຕົ້ນຕໍ ມີ ດັ່ງນີ້ :
1. ໂທດຕຳນິວິຈານ.
2. ໂທດປັບໃໝ.
3. ໂທດດັດສ້າງໂດຍບໍ່ຕັດອິດສະລະພາບ.
4. ໂທດເນລະເທດ.
5.ໂທດຕັດອິດສະລະພາບທີ່ມີກຳນົດ.
6.ໂທດຕັດອິດສະລະພາບຕະຫຼອດຊີວິດ.
7.ໂທດປະຫານຊີວິດ.
ໂທດເພີ່ມ ມີ ດັ່ງນີ້ :
1. ໂທດປັບໃໝ ໃນກໍລະນີທີ່ບໍ່ເປັນໂທດຕົ້ນຕໍ.
2. ໂທດຮິບຊັບ.
3.ໂທດຮິບວັດຖຸສິ່ງຂອງ.
4. ໂທດປົດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ.
5. ໂທດຈຳກັດທີ່ຢູ່.
6. ໂທດເນລະເທດ ໃນກໍລະນີທີ່ບໍ່ເປັນໂທດຕົ້ນຕໍ.
7.ໂທດຟື້ນຟູຄືນ.
8. ໂທດຖອນໃບອະນຸຍາດ.
9. ໂທດຫ້າມດຳລົງຕຳແໜ່ງ ຫຼື ປະກອບອາຊີບໃດໜຶ່ງ ຫຼື ຖອນຫຼຽນ ຫຼື ປົດນາມມະຍົດ.
ສຳລັບການກະທຳຜິດຖານໂທສະນຸໂທດ ສານສາມາດລົງໂທດ ໜຶ່ງ ຫຼື ສອງໂທດເພີ່ມແທນໂທດຕົ້ນຕໍ.
ໂທດທາງເລືອກ ມີ ດັ່ງນີ້ :
1. ໂທດອອກແຮງງານເພື່ອສາທາລະນະ.
2. ໂທດຈຳກັດບໍລິເວນ.
ສານ ອາດນຳໃຊ້ໂທດທາງເລືອກ ແທນໂທດຕົ້ນຕໍ ຫຼື ໂທດເພີ່ມ ຫຼື ນຳໃຊ້ແທນທັງສອງໂທດນັ້ນ ກໍໄດ້.