SAKSIT LAW FIRM SOLE CO.,LTD © 2023. All right resevred.
ໂທດປັບໃໝ ແມ່ນ ໂທດທາງດ້ານການເງິນ ຊຶ່ງແມ່ນສານເປັນຜູ້ວາງຕາມກໍລະນີ ແລະ ຂອບເຂດທີ່ກົດໝາຍກຳນົດໄວ້. ສຳລັບຈຳນວນເງິນທີ່ປັບໃໝນັ້ນ ສານ ຕ້ອງອີງໃສ່ລະດັບຄວາມເປັນອັນຕະລາຍຂອງການກະທຳຜິດ, ສະພາບທາງດ້ານຊັບສິນຂອງຜູ້ກະທຳຜິດ, ຄ່າຄອງຊີບໃນແຕ່ລະໄລຍະ. ເງິນທີ່ໄດ້ຈາກການປັບໃໝ ຕ້ອງມອບເຂົ້າງົບປະມານແຫ່ງລັດ.
ຄ່າປັບໃໝ ສາມາດຈ່າຍເທື່ອດຽວ ຫຼື ຈ່າຍເປັນງວດ ພາຍໃນກຳນົດເວລາຕາມຄຳຕັດສີນຂອງສານ. ໃນກໍລະນີຜູ້ກະທຳຜິດ ຫາກບໍ່ສາມາດເສຍຄ່າປັບໃໝໄດ້ໃນເວລານັ້ນ ສານ ສາມາດປ່ຽນໂທດປັບໃໝມາເປັນໂທດອອກແຮງງານເພື່ອສາທາລະນະ ຫຼື ໂທດດັດສ້າງໂດຍບໍ່ຕັດອິດສະລະພາບ. ໃນກໍລະນີຜູ້ກະທຳຜິດ ຫາກບໍ່ສາມາດເສຍຄ່າປັບໃໝຕາມຄຳຕັດສິນຂອງສານພາຍຫຼັງໄດ້ປະຕິບັດໂທດຕັດອິດສະລະພາບສຳເລັດແລ້ວ ສານສາມາດປ່ຽນໂທດປັບໃໝນັ້ນ ມາເປັນໂທດອອກແຮງງານເພື່ອສາທາລະນະ ຫຼື ໂທດດັດສ້າງໂດຍບໍ່ຕັດອິດສະລະພາບ.
ຫ້າມເອົາໂທດປັບໃໝ ມາເປັນໂທດຕັດອິດສະລະພາບ ແລະ ຫ້າມເອົາໂທດຕັດອິດສະລະພາບມາເປັນໂທດປັບໃໝ ໃນກໍລະນີການກະທຳຜິດທີ່ກົດໝາຍກຳນົດໂທດຕັດອິດສະລະພາບເກີນກ່ວາ ສາມປີ ຂຶ້ນໄປ.
ສຳລັບການກະທຳຜິດກ່ຽວກັບເສດຖະກິດ ແລະ ການເງິນ ທີ່ກົດໝາຍກຳນົດໂທດຕັດອິດສະລະພາບ ຕ່ຳກ່ວາ ສາມປີ ລົງມາ ຍົກເວັ້ນການກະທຳຜິດທີ່ບໍ່ເຂັດຫຼາບ ຫຼື ເປັນອາຈິນນັ້ນ ສາມາດລົງໂທດປັບໃໝເປັນໂທດຕົ້ນຕໍ, ແຕ່ຖ້າວ່າຜູ້ກະທຳຜິດຫາກບໍ່ສາມາດປະຕິບັດໂທດປັບໃໝໄດ້ ສານກໍຈະຕັດສິນລົງໂທດຕັດອິດສະລະພາບແທນ ໂດຍຄິດໄລ່ໂທດຕັດອິດສະລະພາບ ໜຶ່ງວັນເທົ່າກັບຄ່າແຮງງານຕ່ຳສຸດຕໍ່ວັນ ຂອງຜູ້ອອກແຮງງານ.