SAKSIT LAW FIRM SOLE CO.,LTD © 2023. All right resevred.
ໂທດປະຫານຊີວິດ ແມ່ນ ມາດຕະການພິເສດຂອງການລົງໂທດ ທີ່ລົງໃສ່ຜູ້ກະທຳຜິດ ໃນສະຖານໜັກເປັນພິເສດ ຊຶ່ງໄດ້ກຳນົດໄວ້ໃນປະມວນກົດໝາຍອາຍາສະບັບນີ້ ແລະ ກົດໝາຍສະບັບອື່ນທີ່ກຳນົດການກະທຳຜິດທາງອາຍາ ແລະ ໂທດ.
ການປະຫານຊີວິດ ໃຫ້ປະຕິບັດດ້ວຍການຍິງເປົ້າ.
ຫ້າມລົງໂທດປະຫານຊີວິດ ໃສ່ຜູ້ກະທຳຜິດທີ່ມີອາຍຸຕ່ຳກ່ວາ ສິບແປດປີ, ຜູ້ຍິງທີ່ຖືພາ, ແມ່ທີ່ລ້ຽງລູກນ້ອຍອາຍຸ ແຕ່ ສາມປີ ລົງມາ, ຜູ້ທີ່ມີອາຍຸ ແຕ່ ຫົກສິບປີ ຂຶ້ນໄປ ແລະ ຜູ້ພິການທາງສະໝອງໃນເວລາກະທຳຜິດ ຫຼື ໃນເວລາຕັດສິນ ຫຼື ໃນເວລາປະຕິບັດໂທດ ໂດຍໃຫ້ລົງໂທດຕັດອິດສະລະພາບຕະຫຼອດຊີວິດ.