SAKSIT LAW FIRM SOLE CO.,LTD © 2023. All right resevred.
ໂທດຮິບຊັບ ແມ່ນ ການເອົາຊັບທັງໝົດ ຫຼື ສ່ວນໃດໜຶ່ງ ທີ່ເປັນກຳມະສິດຂອງຜູ້ກະທຳຜິດທີ່ບໍ່ໄດ້ນຳໃຊ້ເຂົ້າໃນການກະທຳຜິດ ຫຼື ບໍ່ໄດ້ມາຈາກການກະທຳຜິດ ມາເປັນຂອງລັດ ໂດຍບໍ່ມີການໃຊ້ແທນ ຊຶ່ງຈະລົງໃສ່ໄດ້ແຕ່ການກະທຳຜິດທີ່ເປັນອັນຕະລາຍຮ້າຍແຮງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາ.
ໃນກໍລະນີການຮິບຊັບທັງໝົດ ກໍຕ້ອງຍົກເວັ້ນ ຊັບທີ່ຈຳເປັນສຳລັບການດຳລົງຊີວິດຂອງຜູ້ກະທຳຜິດ ແລະ ຄອບຄົວຂອງຜູ້ກ່ຽວ ເຊັ່ນ ເຮືອນຢູ່ປະຈຳຂອງຜູ້ຖືກຕັດສີນ ແລະ ຄອບຄົວ, ສັດລ້ຽງສຳລັບບຸກຄົນທີ່ຖືເອົາການປູກຝັງ ຫຼື ການລ້ຽງສັດເປັນອາຊີບ, ວັດຖຸສິ່ງຂອງທີ່ໃຊ້ເປັນປະຈຳຂອງຜູ້ຖືກຕັດສີນ ແລະ ຂອງຍຸກຄົນຊຶ່ງຢູ່ພາຍໃຕ້ການດູແລລ້ຽງດູຂອງຜູ້ຖືກຕັດສີນ. ໃນກໍລະນີທີ່ໄດ້ຕົກລົງຮິບຊັບສ່ວນໃດໜຶ່ງ ສານຕ້ອງກຳນົດຊັບທີ່ຈະຖືກຮິບນັ້ນໃຫ້ຈະແຈ້ງ.
ຊັບທີ່ເປັນກຳມະສິດຂອງລັດ ຈະບໍ່ຖືກຮິບ ຊຶ່ງຕ້ອງສົ່ງຄືນໃຫ້ແກ່ອົງການຈັດຕັ້ງທີ່ກ່ຽວຂ້ອງ.