SAKSIT LAW FIRM SOLE CO.,LTD © 2023. All right resevred.
ປະມວນກົດໝາຍສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການເກີດ, ການປ່ຽນແປງ, ການສິ້ນສຸດສິດ ແລະ ພັນທະຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງເພື່ອຮັບປະກັນ ຄວາມສະເໝີພາບ, ຍຸດຕິທຳ, ຖືກຕ້ອງຕາມກົດໝາຍ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ແນໃສ່ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ, ລັດ ແລະ ລວມໝູ່ ປະກອບສ່ວນເຂົ້າໃນການຕອບສະໜອງຄວາມຕ້ອງການທາງດ້ານ ວັດຖຸ ແລະ ຈິດໃຈຂອງປະຊາຊົນ, ປົກປັກຮັກສາຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ພັດທະນາເສດຖະກິດ-ສັງຄົມ ໃຫ້ເຂັ້ມແຂງ.