SAKSIT LAW FIRM SOLE CO.,LTD © 2023. All right resevred.
ໂທດຮິບວັດຖຸສິ່ງຂອງ ແມ່ນ ການເອົາວັດຖຸສິ່ງຂອງທີ່ໃຊ້ໃນການກະທຳຜິດ ຫຼື ສຳລັບໃຊ້ໃນການກະທຳຜິດ ຫຼື ໄດ້ມາຈາກການກະທຳຜິດໂດຍເຈດຕະນາ ມາເປັນຂອງລັດ.
ການຮິບວັດຖຸສິ່ງຂອງທີ່ພົວພັນກັບການກະທຳຜິດນັ້ນ ສາມາດປະຕິບັດໄດ້ຕໍ່ການກະທຳຜິດສະຖານໂທສານຸໂທດ ແລະ ຄະຣຸໂທດ.
ວັດຖຸສິ່ງຂອງຂອງບຸກຄົນອື່ນ ທີ່ຮັບໃຊ້ການກະທຳຜິດນັ້ນ ຈະຖືກຮິບເປັນຂອງລັດໄດ້ ກໍ່ຕໍ່ເມືອເຈົ້າຂອງຜູ້ທີ່ໃຫ້ຢືມ ຫາກບໍ່ມີຄວາມບໍລິສຸດໃຈ ຫຼື ເມື່ອເຫັນວ່າການຮິບວັດຖຸສິ່ງຂອງນັ້ນ ມີຄວາມຈຳເປັນ ເພື່ອປົກປັກຮັກສາສັງຄົມ.
ວັດຖຸສິ່ງຂອງທີ່ເປັນກຳມະສິດຂອງລັດນັ້ນ ຈະບໍ່ຖືກຮິບ ຊຶ່ງຕ້ອງສົ່ງຄືນໃຫ້ແກ່ອົງການຈັດຕັ້ງທີ່ກ່ຽວຂ້ອງ.