SAKSIT LAW FIRM SOLE CO.,LTD © 2023. All right resevred.
ໂທດຈຳກັດທີ່ຢູ່ ແມ່ນ ການຫ້າມຜູ້ຖືກຕັດສິນອອກຈາກສະຖານທີ່ໃດໜຶ່ງ ຫຼື ຫ້າມເຂົ້າໄປສະຖານທີ່ໃດໜຶ່ງ ຕາມທີ່ໄດ້ກຳນົດໄວ້ໃນຄຳຕັດສິນຂອງສານ.
ໂທດຈຳກັດທີ່ຢູ່ ທີ່ຈະລົງໃສ່ຜູ້ກະທຳຜິດນັ້ນ ບໍ່ໃຫ້ເກີນ 5 ປີ ນັບຕັ້ງແຕ່ວັນປະຕິບັດໂທດສິ້ນສຸດແລ້ວເປັນຕົ້ນໄປ.
ຫ້າມລົງໂທດຈຳກັດທີ່ຢູ່ໃສ່ຜູ້ກະທຳຜິດທີ່ມີອາຍຸຕ່ຳກວ່າ 18 ປີ ແລະ ຜູ້ຍິງທີ່ຖືພາ ຫຼື ຜູ້ຍິງທີ່ມີລູກ ຊຶ່ງອາຍຸບໍ່ທັນເຖິງ 18 ປີ ໃນເວລາກະທຳຜິດ.
ໂທດຈຳກັດທີ່ຢູ່ ໄດ້ກຳນັດໄວ້ໃນພາກສະເພາະຂອງປະມວນກົດໝາຍສະບັບນີ້.