SAKSIT LAW FIRM SOLE CO.,LTD © 2023. All right resevred.
ໂທດອອກແຮງງານເພື່ອສາທາລະນະ ແມ່ນ ວຽກອອກແຮງງານໃດໜຶ່ງເພື່ອຜົນປະໂຫຍດສາທາລະນະ ຊຶ່ງສານວາງໃສ່ຜູ້ກະທຳຜິດໃນສະຖານໂທສານຸໂທດ ຊຶ່ງກົດໝາຍກຳນົດໂທດຕັດອິດສະຫຼະພາບບໍ່ເກີນ ສາມປີ. ວຽກອອກແຮງງານເພື່ອຜົນປະໂຫຍດສາທາລະນະນີ້ ຕ້ອງແມ່ນວຽກທີ່ບໍ່ລະເມີດ ຫຼື ຢຽບຢ່ຳກຽດສັກສີຂອງມະນຸດ ໂດຍບໍ່ມີຄ່າຕອບແທນ.
ໂທດອອກແຮງງານເພື່ອສາທາລະນະ ທີ່ຈະລົງໃສ່ຜູ້ກະທຳຜິດນັ້ນ ບໍ່ໃຫ້ຫຼຸດຫົກສິບຊົ່ງໂມງ ແລະ ບໍ່ໃຫ້ເກີນ ເຈັດຮ້ອຍຫ້າສິບຊົ່ວໂມງ.
ໃນການວາງໂທດອອກແຮງງານເພື່ອສາທາລະນະນັ້ນ ສານຕ້ອງອີງໃສ່ຈຸດປະສົງຂອງການລົງໂທດ, ລັກສະນະຂອງການກະທຳຜິດ,ບຸກຄະລິກກະພາບ ແລະ ການເຫັນດີຂອງຜູ້ກະທຳຜິດ. ສານອາດນຳໃຊ້ໂທດອອກແຮງງານເພື່ອສາທາລະນະ ແທນໂທດປັບໃໝ ຫຼື ໂທດຕັດອິດສະຫຼະພາບບໍ່ເກີນ ສາມປີ ຫຼື ນຳໃຊ້ແທນທັງສອງໂທດນັ້ນ ກໍໄດ້.
ໃນກໍລະນີທີ່ຜູ້ກະທຳຜິດ ຫາກບໍ່ປະຕິບັດໂທດອອກແຮງງານເພື່ອສາທາລະນະ ຕາມຄຳຕັດສິນຂອງສານນັ້ນ ສານຈະຕັດສິນປ່ຽນໂທດນີ້ ມາເປັນໂທດຕັດອິດສະຫຼະພາບທີ່ມີກຳນົດ ໂດຍຄິດໄລ່ທຸກ ແປດຊົ່ວໂມງໃດ ເທົ່າກັບໂທດຕັດອິດສະລະພາບ ໝຶ່ວັນ.