SAKSIT LAW FIRM SOLE CO.,LTD © 2023. All right resevred.
ໂທດຈຳກັດບໍລິເວນ ແມ່ນການຫ້າມຜູ້ຖືກສານຕັດສິນ ອອກຈາກສະຖານທີ່ໃດໜຶ່ງ ຫຼື ບໍລິເວນໃດໜຶ່ງ ຕາມທີ່ກຳນົດໄວ້ໃນຄຳຕັດສິນຂອງສານ. ໃນກໍລະນີມີຄວາມຈຳເປັນ ຕ້ອງໄດ້ຮັບການເຫັນດີຈາກສານ. ໂທດຈຳກັດບໍລິເວນ ທີ່ຈະລົງໃສ່ຜູ້ກະທຳຜິດນັ້ນ ສູງສຸດບໍ່ເກີນ 6 ເດືອນ.
ໂທດຈຳກັດບໍລິເວນ ແມ່ນ ໂທດທາງເລືອກໜຶ່ງ ຊຶ່ງສານອາດນຳໃຊ້ແທນ ໂທດປັບໃໝ ຫຼື ໂທດຕັດອິດສະຫຼະພາບ ຊຶ່ງກົດໝາຍກຳນົດໂທດຕັດສິດສະຫຼະພາບບໍ່ເກີນ ສາມປີ ຍົກເວັ້ນການກະທຳຜິດທີ່ບໍ່ເຂັດຫຼາບ ຫຼື ເປັນອາຈິນ ໂດຍອີງຕາມລັກສະນະຂອງການກະທຳຜິດ ແລະ ບຸກຄະລິກກະພາບຂອງຜູ້ກະທຳຜິດ.