ທີ່ຢູ່:ບ້ານທົ່ງປົ່ງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ເບີໂທ:+856(20) 2969 9997 +856(20) 2923 4492
ອີເມວ: [email protected]

Need legal guidance?
Send us a consultation request and choose how we should contact you.
Request consultationຈົດໝາຍຂ່າວ:
ສັງຄົມ:
SAKSIT LAW FIRM SOLE CO.,LTD © 2023. All right resevred.
ສາເຫດທີ່ພາໃຫ້ມີການເພີ່ມຄວາມຮັບຜິດຊອບທາງອາຍາ ມີດັ່ງນີ້:
1. ຜູ້ທີ່ເຄີຍກະທຳຜິດມາກ່ອນແລ້ວ ມາກະທຳຜິດເທື່ອໃໝ່ອີກ.
2. ການກະທຳຜິດທີ່ມີການຈັດຕັ້ງເປັນກຸ່ມ.
3. ການກະທຳຜິດຍ້ອນຄວາມໂລບມາກໂລພາ.
4. ການກະທຳຜິດຕໍ່ກຳມະສິດຂອງລັດ.
5. ການກະທຳຜິດຂອງພະນັກງານ - ລັດຖະກອນ ແລະ ເຈົ້າໜ້າທີ່ຂອງລັດ.
6. ການກະທຳຜິດຕໍ່ເດັກທີ່ມີອາຍຸຕ່ຳກວ່າ 18 ປີ, ຜູ້ເຖົ້າ, ຜູ້ທີ່ບໍ່ສາມາດປ້ອງກັນຕົວເອງໄດ້, ຜູ້ທີ່ຂຶ້ນກັບຕົນທາງດ້ານວັດຖຸ ຫຼື ດ້ານອື່ນ, ຜູ້ທີ່ຢູ່ໃຕ້ການບັງຄັບບັນຊາຂອງຕົນ.
7. ການຍຸແຍໃຫ້ເດັກທີ່ມີອາຍຸຕ່ຳກວ່າ 18 ປີ ໄປກະທຳຜິດ, ການຂົນຂວາຍເດັກທີ່ມີອາຍຸຕ່ຳກວ່າ 18 ປີ ໃຫ້ເຂົ້າຮ່ວມໃນການກະທຳຜິດ.
8. ການກະທຳຜິດແບບໂຫດຮ້າຍປ່າເຖື່ອນ ຫຼື ແບບປະຈານຜູ້ຖືກເຄາະຮ້າຍ.
9. ການກະທຳຜິດທີ່ພາໃຫ້ມີຜົນສະທ້ອນອັນໜັກໜ່ວງ.
10. ການສວຍໂອກາດກະທຳຜິດໃນເວລາເກີດໄພພິບັດ.
11. ການກະທຳຜິດດ້ວຍວິທີທີ່ມີລັກສະນະເປັນອັນຕະລາຍຕໍ່ສາທາລະນະຊົນ.
12. ການກະທຳຜິດຍ້ອນເມົາເຫຼົ້າ ຫຼື ເມົາສິ່ງເສບຕິດ. ອີງຕາມລັກສະນະຂອງການກະທຳຜິດດັ່ງກ່າວ ສານມີສິດຊີ້ຂາດວ່າ ການກະທຳນັ້ນ ບໍ່ເປັນສາເຫດທີ່ພາໃຫ້ມີການເພີ່ມຄວາມຮັບຜິດຊອບທາງອາຍາ.
13. ການໃຫ້ການຊັດທອດຄວາມຜິດໃສ່ຜູ້ທີ່ຕົນຮູ້ແຈ້ງວ່າເປັນຄົນບໍລິສຸດ.
14. ຜູ້ທີ່ໄດ້ກະທຳຜິດ ເພື່ອປົກປິດການກະທຳຜິດຄົນອື່ນ ຫຼື ໃຊ້ຄວາມຮຸນແຮງເພື່ອຫຼົບໜີ.