SAKSIT LAW FIRM SOLE CO.,LTD © 2023. All right resevred.
ການວາງໂທດໃສ່ການກະທຳຜິດອັນດຽວ ທີ່ຜິດຕໍ່ຫຼາຍມາດຕາ ໃຫ້ເອົາມາດຕາກົດໝາຍທີ່ກຳນົດໂທດໜັກວ່າໝູ່ມາວາງໃສ່.
ການວາງໂທດໃສ່ກະທຳຜິດຕໍ່ຫຼາຍມາດຕາ ໃຫ້ວາງໂທດໃສ່ແຕ່ລະການກະທຳຜິດ ແລ້ວຈຶ່ງເອົາມາສົມໃສ່ກັນ ແຕ່ໂທດທີ່ມີກຳນົດທີ່ວາງໃສ່ນັ້ນ ສູງສຸດບໍ່ໃຫ້ເກີນ 10 ປີ ສຳລັບສະຖານໂທສານຸໂທດ ແລະ ບໍ່ໃຫ້ເກີນ 20 ປີ ສຳລັບສະຖານຄະຣຸໂທດ. ໃນກໍລະນີການກະທຳຜິດຫຼາຍອັນທີ່ຜິດຕໍ່ຫຼາຍມາດຕາ ໃນສະຖານໂທສານຸໂທດ ແລະ ຄະຣຸໂທດ ໃຫ້ຖືເອົາສະຖານຄະຣຸໂທດເເປັນຕົ້ນຕໍ.
ສຳັລບການກະທຳຜິດ ໃນສະຖານຄະຣຸໂທດ ທີ່ມີໂທດຕັດອິດສະຫຼະພາບຕະຫຼອດຊີວິດ ຫຼື ປະຫານຊີວິດ ໃຫ້ວາງໂທດຕາມທີ່ກຳນົດໄວ້ໃນມາດຕາ ຫຼື ວັກທີ່ກ່ຽວຂ້ອງ.
ໃນການວາງໂທດໃສ່ການກະທຳຜິດຫຼາຍອັນທີ່ຜິດຕໍ່ຫຼາຍມາດຕາ ທີ່ກົດໝາຍກຳນົດໂທດເທົ່າກັນ ໃຫ້ວາງໂທດໃສ່ແຕ່ລະການກະທຳຜິດ ແລ້ວເອົາບັນດາໂທດທັງໝົດມາສົມໃສ່ກັນ ແຕ່ໂທດທີ່ວາງໃສ່ນັ້ນ ບໍ່ໃຫ້ເກີນໂທດສູງສຸດຂອງການກະທຳຜິດທີ່ກຳນົດໃນມາດຕາທີ່ກ່ຽວຂ້ອງ.
ສານອາດເພີ່ມໂທດໃດໜຶ່ງໃສ່ໂທດຕົ້ນຕໍອີກກໍໄດ້ ໃນລະນີທີ່ໂທດເພີ່ມນັ້ນ ຫາກໄດ້ບົ່ງໄວ້ໃນກົດໝາຍອາຍາ.
ໃນກໍລະນີທີ່ສານຫາດໄດ້ຕັດສິນ ຫຼື ຄຳຕັດສິນໃຊ້ໄດ້ຢ່າງເດັດຂາດ ຫຼື ຜູ້ກະທຳຜິດ ຫາກໄດ້ປະຕິບັດໂທດສ່ວນໃດສ່ວນໜຶ່ງ ຫຼື ທັງໝົດແລ້ວ ຫາກຍັງເຫັນຕື່ມວ່າ ຜູ້ກະທຳຜິດ ໄດ້ກະທຳຜິດມາກ່ອນການວາງໂທດກໍໃຫ້ປະຕິບັດຕາມວິທີທີ່ໄດ້ກຳນົດໄວ້ໃນວັກເທິງນີ້.
ສຳັລບໂທດປັບໃໝນັ້ນ ໃຫ້ວາງໃສ່ການກະທຳຜິດແຕ່ລະສະຖານ, ຈະເອົາມາສົມໃສ່ກັນ ຫຼື ສົມໃສ່ໂທດປະເພດອື່ນຕາມວິທີທີ່ກ່າວມາເທິງນັ້ນແມ່ນບໍ່ໄດ້.