logo

ກົດໝາຍອາຍາມາດຕາທີ 68 ການວາງໂທດໃສ່ການກະທຳຜິດທີ່ບໍ່ເຂັດຫຼາບ

ຄວາມຮູ້ກົດໝາຍ

ການວາງໂທດໃສ່ການກະທຳຜິດທີ່ບໍ່ເຂັດຫຼາບ ໃນການກະທຳຜິດສະຖານໂທສານຸໂທດ ຫຼື ໃນການກະທຳຜິດຫຼາຍສະຖານ ໃຫ້ເອົາໂທດທີ່ສານຈະວາງໃສ່ຜູ້ກະທຳຜິດໃນກໍລະນີທຳມະດາມາສົມໃສ່ເຄິ່ງໜຶ່ງຂອງໂທດດັ່ງກ່າວ.

ສ່ວນການກະທຳຜິດທີ່ບໍ່ເຂັດຫຼາບໃນການກະທຳຜິດສະຖານຄະຣຸໂທດນັ້ນ ເປັນສາເຫດໜຶ່ງທີ່ພາໃຫ້ເພີ່ມຄວາມຮັບຜິດຊອບທາງອາຍາຕາມທີ່ໄດ້ກຳນົດໄວ້ໃນມາດຕາ 65 ຂອງປະມວນກົດໝາຍສະບັບນີ້.

ໃນກໍລະນີທີ່ຄຳຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວ ຫຼື ໃນເວລາປະຕິບັດໂທດຢູ່ນັ້ນ ຖ້າວ່າຜູ້ຖືກຕັດສິນຫາກໄດ້ກະທຳຜິດໃໝ່ອີກ ສານ ຈະຕື່ມໂທດເກົ່າທີ່ຍັງບໍ່ທັນໄດ້ປະຕິບັດທັງໝົດ.

ຕິດຕໍ່ພວກເຮົາ

ພວກເຮົາພ້ອມຮັບຟັງທ່ານ.

ຕິດຕໍ່ທີມງານໄດ້ໂດຍກົງ ຫຼື ສົ່ງຄຳຂໍຄຳປຶກສາຜ່ານໜ້າເວັບ.

ທີ່ຢູ່
ບ້ານທົ່ງປົ່ງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ເບີໂທ
+856(20) 2969 9997+856(20) 2923 4492
ອີເມວ
[email protected]
Facebook
ສົ່ງຂໍ້ຄວາມຫາພວກເຮົາ

SAKSIT LAW FIRM SOLE CO., LTD © 2026. All rights reserved.